1. ການກວດເຊັກລະດັບ ນໍ້າມັນເຄື່ອງ ໃຫ້ຢູ່ລະຫວ່າງ ຈຸດສູງສຸດ ແລະ ຈຸດຕໍ່າສຸດ ຢ່າປ່ອຍໃຫ້ນໍ້າມັນເຄື່ອງເຫຼືອໃນລະບົບນ້ອຍກວ່າຈຸດຕໍ່າສຸດໂດຍເດັດຂາດ ສຳຫຼັບລົດທີ່ມີປັນຫາຕ້ອງຄອຍເຕີມລ້ຽງເອົາໄວ້.

2. ການກວດເຊັກລະດັບ ນໍ້າມັນເກຍອໍໂຕ້ ( ສຳຫຼັບລົດເກຍອໍໂຕ້ ) ໂປດສຶກສາວິທີການວັດລະດັບນໍ້າມັນເກຍອໍໂຕ້ ຈາກເອກະສານຄູ່ມືປະຈຳລົດກັນອີກຄັ້ງ ເພື່ອຄວາມຖືກຕ້ອງ.

3. ການກວດເຊັກລະດັບ ນໍ້າກັ່ນໃນແບັດເຕີລີ່ ( ສຳຫຼັບແບັດເຕີລີ່ແບບເຕີມນໍ້າກັ່ນ ) ການກວດສອບທັງ 6 ຊ່ອງ ແລ້ວເຕີມນໍ້າກັ່ນຈົນເຖີງລະດັບທີ່ກຳນົດ ສົມມຸດວ່າຊ່ອງໃດຊ່ອງໜຶ່ງ ນໍ້າກັ່ນຂາດຫຼາຍເກີນໄປອາດຈະເຮັດໃຫ້ແບັດເຕີລີ່ທັງລູກ ເສື່ອມ
ຄຸນນະພາບໄວກວ່າປົກກະຕິໄດ້ ເພາະສະນັ້ນ ຕ້ອງໝັ່ນກວດເຊັກ ແລະ ປິດຝາໃຫ້ສະນິດທຸກຄັ້ງ
ເປີດຝາເຕີມນໍ້າກັ່ນ ແລ້ວເບີ່ງວ່າ ເອົາແຕ່ນໍ້າກົດໃນແບັດເຕີລີ່ແຕະທີ່ຂອບພລາສຕິກ ດ້ານລຸ່ມ ເປັນອັນໃຊ້ໄດ້
ນໍ້າທີ່ຢູ່ໃນແບັດເຕີລີ່ = ນໍ້າກົດແບັດເຕີລີ່
ນໍ້າທີ່ເຮົາເຕີມລົງໃນແບັດເຕີລີ່ = ນໍ້າກັ່ນ ເຕີມແຕະຂອບພລາສຕິກດ້ານລຸ່ມ ດັ່ງຮູບ ຄວນໝັ່ນກວດເຊັກຢ່າປ່ອຍໃຫ້ແຫ້ງ.

4. ການກວດເຊັກລະດັບ ນໍ້າຫຼໍ່ເຢັນໃນໝໍ້ນໍ້າ ແລະ ໃນຖັງພັກນໍ້າສຳຮອງ ຕອນເຊົ້າໆ ກ່ອນສະຕາດລົດ ເຄື່ອງຍັງບໍ່ມີຄວາມຮ້ອນ ກໍສາມາດເປີດຝາໝໍ້ນໍ້າອອກມາເບີ່ງໄດ້ ເບີ່ງສີ ເບີ່ງສະພາບ ຖ້າໃຊ້ບໍ່ໄດ້ແລ້ວກໍສົມຄວນປ່ຽນຖ່າຍອອກມາໄດ້ແລ້ວ ອີກຈຸດທີ່ສາມາດເບີ່ງໄດ້ນັ້ນກໍຄືທີ່ຖັງພັກນໍ້າສຳຮອງ.
ໄລຍະເວລາ ໃນການປ່ຽນຖ່າຍ ແນະນຳທຸກໆ 40,000 Km ຫຼື ທຸກໆ 2 ປີ.

5. ການກວດເຊັກລະດັບ ນໍ້າມັນເບກ ໃຫ້ຢູ່ໃນລະດັບທີ່ກຳນົດ ຫາກພົບວ່າມີການລົດລົງ ຄວນຮີບດຳເນີນການກວດເຊັກຈຸດທີ່ຮົ່ວຊຶມ ຫຼື ນຳລົດຂອງທ່ານໄປໃຫ້ຊ່າງຜູ້ຊຳນານກວດສອບສາເຫດ ແລ້ວແກ້ໄຂເພາະວ່າໂດຍປົກກະຕິ ລະບົບນ້ຳມັນເບກ ຈະບໍ່ລົດລົງຫຼາຍເກີນ ຖ້າບໍ່ມີເຫດຜິດປົກກະຕິໃດໆ ມາແຊກຊ້ອນ ຖ້າເບີ່ງແລ້ວພົບວ່າ ມີສີທີ່ດຳຄ້ຳຫຼາຍກວ່າປົກກະຕິ ແລ້ວຄັ້ງສຸດທ້າຍທີ່ປ່ຽນຖ່າຍກໍຈື່ບໍ່ໄດ້ແລ້ວ ກໍເຖີງເວລາຕ້ອງມີການບຳລຸງຮັກສາ ໄລຍະເວລາໃນການປ່ຽນຖ່າຍ ແນະນຳທຸກໆ 40,000 Km ຫຼື ທຸກໆ 2 ປີ.

6. ການກວດເຊັກລະດັບນໍ້າມັນຄຣາດ ( ສໍາລັບລົດຍົນເກຍທຳມະດາ ) ຖ້າພົບວ່າມີການພ່ອງຫຼາຍເກີນໄປ ຄວນຮີບແກ້ໄຂ ກວດເຊັກຈຸດຮົ່ວຊືມ ຫຼື ນຳລົດຂອງທ່ານໄປໃຫ້ຊ່າງຜູ້ຊຳນານງານກວດສອບສາເຫດເພື່ອແກ້ໄຂ ເພາະວ່າໂດຍປົກກະຕິລະບົບນໍ້າມັນຄາດຣ ຈະບໍ່ພ່ອງຫາຍໄປຫຼາຍເກີນ ຖ້າບໍ່ມີເຫດຜິດປົກກະຕິໃດໆມາແຊກຊ້ອນ ຖ້າເບີ່ງແລ້ວພົບວ່າມີສີດຳຄໍ້າຫຼາຍກວ່າປົກກະຕິແລ້ວຄັ້ງສຸດທ້າຍທີ່ປ່ຽນຖ່າຍກໍ່ຈະຈື່ບໍ່ໄດ້ແລ້ວ ກໍ່ຮອດເວລາທີ່ຕ້ອງບຳລຸງຮັກສາແລ້ວ
ໄລຍະເວລາໃນການປ່ຽນຖ່າຍ ແນະນຳທຸກໆ 40,000 km. ຫຼື ທຸກໆ 2 ປີ.

7. ເຮັດການກວດເຊັກນໍ້າມັນພວງມະໄລພາວເວີ້ໃນກະປຸກ ຖ້າພົບວ່າມີການພ່ອງຫາຍໄປ ຄວນຮີບແກ້ໄຂ
ກວດເຊັກຈຸດຮົ່ວຊືມ ຫຼື ນຳລົດຂອງທ່ານໄປໃຫ້ຊ່າງຜູ້ຊຳນານງານກວດສອບສາເຫດເພື່ອແກ້ໄຂ ເພາະວ່າໂດຍປົກກະຕິລະບົບນໍ້າມັນພວງມະໄລພາວເວີ້ຈະບໍ່ພ່ອງ ຖ້າບໍ່ມີເຫດຜິດປົກກະຕິໃດໆ ຖ້າເບີ່ງແລ້ວພົບວ່າມີສີດຳຄໍ້າຫຼາຍກວ່າປົກກະຕິແລ້ວຄັ້ງສຸດທ້າຍທີ່ປ່ຽນຖ່າຍກໍ່ຈະຈື່ບໍ່ໄດ້ແລ້ວ ກໍ່ຮອດເວລາທີ່ຕ້ອງບຳລຸງຮັກສາແລ້ວ
ໄລຍະເວລາໃນການປ່ຽນຖ່າຍ ແນະນຳທຸກໆ 40,000 km. ຫຼື ທຸກໆ 2 ປີ

8. ເຮັດການກວດເຕີມນໍ້າໃນຖັງນໍ້າສີດແວ່ນ ຄວນທີ່ຈະເຕີມໃຫ້ເຕັມຕະຫຼອດເວລາເພາະວ່າເສັ້ນທາງຂ້າງໜ້າເຮົາບໍ່ຮູ້ວ່າຈະເຈີກັບຫຍັງແດ່ ພໍ່ຮອດເວລາທີ່ຈະໃຊ້ແລ້ວມັນບໍ່ມີມັນກໍ່ຈະລຳບາກໃຈ.

9. ເຮັດການກວດເຊັກໄສ້ກ່ອງອາກາດລົດດຽວນີ້ຫາບ່ອນທີ່ຈະເປົ່ງໄສ້ກ່ອງອາກາດໄດ້ຍາກຫຼາຍເລີຍຕ່ອງໃຊ້ວິທີ່ ປ່ຽນທຸກໆ 20,000 km, ຖ້າຈະປ່ຽນທຸກໆ 40,000 km ຕາມທີ່ຄູ່ມືແນະນຳກໍ່ໄດ້ ແບບນັ້ນກໍ່ຈະປະຫຍັດເງີນກວ່າ ແຕ່ຕ້ອງບໍ່ລືມວ່າໄສ້ກ່ອງອາກາດທີ່ບໍ່ອຸດຕັນຈະຊ່ວຍໃຫ້ປະຫຍັດນໍ້າມັນໄດ້.

10. ເຮັດການກວດເຊັກປັບຕັ້ງສາຍພານຄອມແອ ໂດຍໃຊ້ນິ້ວມືກົດບໍລິເວນກີ່ງກາງສາຍພານ ຖ້າພົບວ່າສາຍພານຢ່ອຍ ຄວນມີການປັບຕັ້ງເພື່ອໃຫ້ຢູ່ໃນໄລຍະທີ່ກຳນົດ ໂດຍປົກກະຕິສາຍພານໜ້າເຄື່ອງຈະຂາດໄດ້ໂດຍງ່າຍ ຍົກເວັ້ນມີກ້ອນຫີນເດັ້ນໃສ່ ຫຼື ສາຍພານແຕກກອບ ຮ່ອນ ຫຼຸດ ຕາມອາຍຸການໃຊ້ງານ ສ່ວນໃຫ່ຍທີ່ປ່ຽນກໍ່ຈະເຈີ້ກັບບັນຫາທົນສຽງດັງບໍ່ໄດ້ ພໍປ່ຽນແລ້ວສຽງດັງກໍ່ຫາຍໄປເຮັດໃຫ້ສະບາຍໃຈຂື້ນ ຄ່າສະເລ່ຍສາຍພານຕົວນີ້ກໍ່ຈະປະມານ 50,000 km. ຖ້າເຫັນວ່າສະພາບເລີ່ມບໍ່ດີແລ້ວກໍ່ຄວນປັບປ່ຽນເລີຍດີກວ່າຈະປ່ອຍໃຫ້ມັນໄປຂາດຢູ່ກາງທາງ.
11. ເຮັດການກວດເຊັກປັບຕັ້ງສາຍພານໄດຣຊາດຣ ໂດຍຈະໃຊ້ນິ້ວມືກົດບໍລິເວນກີ່ງກາງສາຍພານ ຖ້າພົບວ່າສາຍພານ ຢ່ອຍຄວນມີການປັບຕັ້ງເພື່ອໃຫ້ຢູ່ໃນໄລຍະທີ່ກຳນົດ ໂດຍປົກກະຕິສາຍພານໜ້າເຄື່ອງຈະຂາ ດໄດ້ໂດຍງ່າຍ ຍົກເວັ້ນມີກ້ອນຫີນເດັ້ນໃສ່ ຫຼື ສາຍພານແຕກກອບ ຮ່ອນ ຫຼຸດ ຕາມອາຍຸການໃຊ້ງານຂອງສາຍພານ ສາຍພານເສັ້ນນີ້ເກີນ 100,000km. ແນ່ນອນເນື່ອງຈາກສາຍພານເສັ້ນໃຫ່ຍ ແຕ່ອີ່ຫຍັງກະເກີດຂື້ນໄດ້ ແຕ່ກໍ່ຕ້ອງເບີ່ງຕາມສະພາບສາຍພານ ແຕ່ຖ້າວ່າສະພາບບໍ່ດີກໍ່ຄວນຮີບປ່ຽນ.

12. ເຮັດການກວດເຊັກການຮົ່ວຊື່ມຂອງທໍ່ຕ່າງໆໂດຍຮອບເຄື່ອງຈັກຈະມີການກວດເຊັກສີ່ງຜິດປົກກະຕິຕ່າງໆໂດຍທົ່ວໆໄປ ວ່າຍັງມີສະພາບພ້ອມໃຊ້ງານ ບໍ່ມີການ ຮົ່ວ ຊືມເຍີ້ມ ຫຼື ນໍ້າມັນໄຫຼອອກມາ ຖ້າກວດສອບແລ້ວພົບເຫັນກໍ່ຮີບປ່ຽນບໍ່ຄວນປ່ອຍປະລະເລີຍ.

13. ເຮັດການກວດເຊັກການຊືມຮົ່ວຂອງຊ່ອງລ່າງຂອງລົດເປັນການກວດເຊັກສີ່ງຜິດປົກກະຕິຕ່າງໆໂດຍທົ່ວໆ ໄປ ວ່າຍັງມີສະພາບພ້ອມໃຊ້ງານ ບໍ່ມີການ ຮົ່ວ ຊືມ ເຍີ້ມ ຫຼື ນໍ້າມັນໄຫຼອອກມາ ຖ້າກວດສອບແລ້ວພົບເຫັນກໍ່ຮີບປ່ຽນບໍ່ຄວນປ່ອຍປະລະເລີຍ.

14. ເຮັດການກວດເຊັກຊ່ອງລ່າງດ້ານໜ້າ ຊ້າຍ-ຂວາແລະ ລະບົບກັນສະເທືອນ ກວດເບີ່ງວ່າມີການຮົ່ວຊືມເຍີ້ມ ຂອງອຸປະກອນຕ່າງໆ ສ່ວນບໍລິເວນຢາງລູກໝາກຕ່າງໆ ເມື່ອພົບວ່າມັນຫຼຸດ ເສຍຫາຍ ກໍ່ຄວນປັບປ່ຽນໄປຕາມສະພາບການໃຊ້ງານຂອງອາໄລ່.

15. ເຮັດການກວດເຊັກການຊືມຮົ່ວຂອງຊຸດເກຍບໍ່ວ່າຈະ ເປັນເກຍກະປຸກ ຫຼື ເກຍອໍໂຕ້ ກໍ່ໃຊ້ຫຼັກການດຽວກັນກວດ ເບີ່ງວ່າມີການຮົ່ວຊືມຂອງອຸປະກອນຕ່າງໆ ຫຼື ບໍ່
16. ເຮັດການກວດເຊັກການຮົ່ວຊືມຂອງຊຸດເຟື່ອງທ້າຍກວດເບີ່ງວ່າມີການຮົ່ວຊືມຂອງອຸປະກອນຕ່າງໆຫຼື ບໍ່

17. ເຮັດການກວດເຊັກຊ່ອງລ່າງດ້ານຫຼັງ ຊ້າຍ-ຂວາ ແລະ ລະບົບກັນສະເທືອນ ກວດເບີ່ງວ່າມີການຮົ່ວຊືມຂອງອຸປະກອນຕ່າງໆ ຫຼື ບໍ່

18. ເຮັດການກວດເຊັກຢາງຊໍາຮອງ ກວດເຕີມລົມຢາງໃຫ້ຫຼາຍກວ່າຢາງປົກກະຕິ ລອງຖອດອອກມາກວດເບີ່ງເພື່ອເອົາໄວ້ໃຊ້ເວລາຈຳເປັນ ການທີ່ເຮົານຳເອົາຢາງອາໄລ່ອອກມາກວດເຊັກໄດ້ສະແດງວ່າທຸກຢ່າງເປັນປົກກະຕິເຮົາສາມາດນຳເອົາມາໃຊ້ໄດ້ ຖ້າເຮົາບໍ່ກວດເຊັກເບີ່ງເຮົາກໍ່ຈະບໍ່ຮູ້ວ່າຢາງຊໍາຮອງມີ ຫຼື ບໍ່ມີ ຖ້າມື້ໜື່ງເຮົາຕ້ອງ ການໃຊ້ງານແລ້ວມັນບໍ່ພ້ອມໃຊ້ ອັນນີ້ແຫຼະຈະກໍ່ໃຫ້ເກີດບັນຫາສຳຫຼັບເຮົາ ດົນໆເອົາລົງມາກວດເຊັກແນ່ກະດີ.
19. ເຮັດການກວດເຊັກລົມຢາງລົດແລະ ສະພາບຂອງຢາງລົດທັງ4 ລໍ້ ວ່າສະພາບພ້ອມໃຊ້ງານ ຫຼື ບໍ່ ມີສີ່ງທີ່ຜິດປົກະຕິໃດໆ
ເຮັດການກວດເຊັກລົມຢາງຖ້າພົບວ່າລົມຢາງເສັ້ນໃດລົມໜ້ອຍກວ່າປົກກະຕິສະແດງວ່າມີການຮົ່ອຊືມ ຄວນຮີບປ່ຽນ ຫຼື ຈອດໃນທັນທີ່ ບໍ່ດັ່ງນັ້ນຈະມີການຖອດຢາງອາໄລ່ມາໃຊ້ໃນໄລຍະທາງ
20. ເຮັດການກວດເຊັກໄສ້ກ່ອງລະບົບປັບອາກາດຂອງລົດແນະນຳໃຫ້ປ່ຽນທຸກໆ20,000 km ຫຼື ທຸກໆ 6 ເດືອນກໍ່ໄດ້

21. ເຮັດການກວດເຊັກສັນຍານໄຟເຕືອນຕ່າງໆ ຫຼັງຈາກສະຕຮາດເຄື່ອງວ່າປົກກະຕິ ຫຼື ບໍ່ ໂດຍປົກກະຕິແລ້ວເມື່ອເຮົາສະຕຮາດເຄື່ອງໃຊ້ງານປົກກະຕິ ໄຟສັນຍານເຕືອນຕ່າງໆບໍ່ຄ່ອຍຈະມັກໂຊຂຶ້ນ ຍົກເວັ້ນວ່າມີຄວາມຜິດປົກກກະຕິໃດໆ ສຳຄັນແມ່ນຮູບກາໄຟເຕືອນນໍ້າມັນເຄື່ອງ ໃນກໍລະນີທີ່ລົດກຳລັງໃຊ້ງານຢູ່ ຖ້າຫາກວ່າມີສັນຍານໄຟສີແດງຂື້ນມາ ຄວນທີ່ຈະມອດຈັກໃນທັນທີ່ບໍ່ຄວນຝືນຂັບ ບໍ່ວ່າສູນບໍລິການຈະຢູ່ທາງໜ້າກໍ່ຕາມ ເພະຫາກວ່າແຮງດັນນໍ້າມັນເຄື່ອງໃນລົດມີບັນຫາ ຖ້າຝືນຂັບຕໍ່ໄປກໍ່ຈະເຮັດໃຫ້ລົດເພກ່ອນເກົ່າ ສະນັ້ນເຮົາຈື່ງແນະນຳບໍ່ໃຫ້ໃຊ້ລົດບໍ່ວ່າກໍລະນີໃດກໍ່ຕາມ ຄວນໃຫ້ຊ່າງຜູ້ຊຳນານມາ ກວດເຊັກ
22. ເຮັດການກວດເຊັກໄຟຊ່ອງສະຫວ່າງ ແລະ ໄຟສັນຍານຕ່າງໆ ວ່າພ້ອມໃຊ້ງານ ຫຼື ບໍ່ ເວລາວ່າງໆກະລອງກວດເຊັກເບີ່ງ ບາດເວລາຈຳເປັນຕ້ອງໃຊ້ລົດເດີນທາງໄກ ລະດົບຕາໄຟລົດຈື່ງສຳຄັນຫຼາຍສ່ວນ 1 ຂອງອຸປະຕິເຫດທີ່ເກີດຂື້ນແມ່ນເກີດມາຈາກຄົນໜື່ງເບີ່ງບໍ່ເຫັນອີກຄົນນັ້ນເອງ.

23. ຢ່າລືມເມື່ອເຮົາຕ້ອງເດີນທາງໄກຄວນກວດສອບຄວາມພ້ອມຂອງຄົນຂັບນຳ ວ່າພັກຜ່ອນຢ່າງພຽງພໍ ຫຼື ບໍ່ການເດີນ ທາງໄກຕ້ອງຊອກໂຕຊ່ວຍກັນແນ່ ຖ້າບໍ່ໄຫວກໍ່ພັກຜ່ອນຈັກໜ້ອຍຍັງດີກວ່າຝືນຄັບຕໍ່ໄປ.
Comments